Cambodian PM visits Thanaleng Dry Port

ນາຍົກກຳປູເຈຍ ຢ້ຽມຢາມໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິສຕິກ ນະຄອນຫຼວງວຽງຈັນ. ວັນທີ 26 ມີນາ 2024, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ໄປຢ້ຽມຢາມໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິສຕິກພາກ ນະ ຄອນຫຼວງວຽງຈັນ, ໃນໂອກາດເດີນທາງເຄື່ອນໄຫວມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 25-26 ມີນາ 2024 ໂດຍມີ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະເຂົ້າຮ່ວມຕ້ອນຮັບ.

ໃນໂອກາດນີ້ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິສຕິກພາກ ຈໍາກັດ ໄດ້ລາຍງານວ່າ: ໂຄງການພັດ ທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິສຕິກພາກ ນະຄອນຫຼວງວຽງຈັນ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດ ຖະບານໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ, ຈຸດທີ່ຕັ້ງຍຸດທະສາດຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ - ສປ ຈີນ, ເອີຣົບ ໂດຍນຳໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຫຼຸດຜ່ອນຕົ້ນທຶນໂດຍການຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີໜຶ່ງ.

ໂຄງການທ່າບົກ-ທ່ານາແລ້ງ ເຂດໂລຊິສຕິກ ພາກ ຈໍາກັດ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ພະຈິກ ປີ 2020 ເເລະ ກໍ່ສ້າງສໍາເລັດພ້ອມທັງເປີດນໍາໃຊ້ໃນວັນທີ 4 ທັນວາ 2021 ໂດຍແບ່ງອອກເປັນ 2 ເຂດຄື: ເຂດໂລຊິດສະຕິກ ມີເນື້ອທີ່ 327 ເຮັກຕາ ເເລະ ເຂດທ່າບົກມີເນື້ອທີ່ 90 ເຮັກຕາ.

ໃນໂອກາດດັ່ງກ່າວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາໂຄງການ ທີ່ຈະເປັນເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ, ໂດຍນຳໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ. ພ້ອມດຽວກັນ, ກໍໄດ້ກ່າວໃຫ້ຮູ້ວ່າ: ການພົບປະກັບນາຍົກລັດຖະມົນຕີຂອງ ສປປ ລາວ ແລະ ການເຂົ້າຢ້ຽມຂໍ່ານັບ ປະທານປະເທດ ແຫ່ງ ສປປ ລາວ, ຣາຊະອານາຈັກກຳປູເຈຍ ກໍໄດ້ມີຄວາມສົນໃຈ ແລະ ແລກປ່ຽນກັບປະເດັນນີ້ ຊຶ່ງໃນອະນາຄົດພາຍໜ້າ ອາດຈະຕ້ອງມີການເຊື່ອມຈອດລະຫວ່າງ ສອງປະເທດ ບໍ່ວ່າຈະເປັນທາງດ່ວນ ແລະ ທາງລົດໄຟ.

(ແຫຼ່ງຂ່າວ. ໜັງສືພິມປະຊາຊົນ)

SEZ's One-Stop Services has better knowledge of

ການຝຶກອົບຮົມບັນດານິຕິກໍາກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ

          ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຮ່ວມກັບ ກົມທະບຽນວິສາຫະກິດ ໄດ້ຈັດຝຶກອົບຮົມວຽກງານທະບຽນວິສາຫະກິດ, ໃນລະຫວ່າງວັນທີ 19-20 ກຸມພາ 2024 ທີ່ຜ່ານມາທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ) ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດຂອງ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ທົ່ວປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຜູ້ຕາງໜ້າຈາກຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກົມທະບຽນວິສາຫະກິດ ພ້ອມດ້ວຍບັນດາທ່ານຈາກຄະນະຄຸ້ມຄອງເຂດເສດຖະກິດພິເສດທົ່ວປະເທດ ແລະ ພະນັກງານວິຊາການເຂົ້າຮ່ວມ.

          ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍວິສາຫະກິດ, ນິຕິກໍາ ແລະ ບັນດາລະບຽບການທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ລວມທັງວິທີການນໍາໃຊ້ລະບົບທະບຽນວິສາຫະກິດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ທົ່ວປະເທດ ໃຫ້ເປັນລວງດຽວກັນໃນອອກໃບທະບຽນວິສາຫະກິດ ໃນຂອບເຂດທົ່ວປະເທດ. ຊຶ່ງພາຍຫຼັງສໍາເລັດຊຸດຝຶກອົບຮົມແລ້ວ ແມ່ນຈະໄດ້ເລີ່ມນໍາເອົາໃນການອອກໃບທະບຽນດັ່ງກ່າວມາຈັດຕັ້ງປະຕິບັດຕົວຈິງ ນັບແຕ່ ຕົ້ນເດືອນ ມີນາ 2024 ເປັນຕົ້ນໄປ ໂດຍທາງກົມທະບຽນວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ອອກແຈ້ງການໃຫ້ຊາບ ແລະ ຈັດຕັ້ງປະຕິບຢ່າງເປັນທາງການ.

ທ່ານ ຄໍາພັນ ພົມມະທັດ ລົງຕິດຕາມ ໂຄງການ ຂສພ

ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະຈາກສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ໃນວັນທີ 13 ມັງກອນ ຜ່ານມານີ້ ທີ່ເມືອງໂຂງ ແຂວງຈໍາປາສັກ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຈາງສີ ( Zhang Qi ) ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈໍາກັດ ພ້ອມພະນັກງານບໍລິສັດດັ່ງກ່າວ.

ທ່ານ ຈາງສີ ໄດ້ລາຍງານສະພາບລວມຂອງໂຄງການດັ່ງກ່າວໂດຍຫຍໍ້ວ່າ: ປັດຈຸບັນແຜນການດຳເນີນໂຄງການດັ່ງກ່າວກຳລັງຢູ່ໃນໄລຍະທີ 1 ມີ: ສ້າງໂຮງແຮມແຄນຄູ່ ຫຼື ຕຶກອະເນກປະສົງແຄນຄູ່ ລວມທັງກິດຈະກຳການບັນເທີງຄົບວົງຈອນ, ເຂດໝູ່ບ້ານຈັດສັນ, ການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງສະຖານທີ່ຈອດລົດ, ນໍ້າປະປາ, ປັບປຸງສະຖານທີ່ທ່ອງທ່ຽວສວນອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ສົມພະມິດ (ຫຼີ່ຜີ), ສາງຄຽນຖ່າຍສິນຄ້າປອດພາສີ, ເຂດລ້ຽງປາສະຫວາຍ ເພື່ອສົ່ງອອກຕ່າງປະເທດ ແລະ ເຂດກ້າເບ້ຍໄມ້ ເພື່ອນຳໄປປູກປະດັບໃນເຂດໂຄງການ.

ສຳລັບຕຶກອະເນກປະສົງແຄນຄູ່ ຫຼື ເອີ້ນວ່າ ຕຶກຕິບເຂົ້າ ເປັນອາຄານ 15 ຊັ້ນ, ຊັ້ນໃຕ້ດິນມີ 2 ຊັ້ນ, ມີຄວາມສູງ 60,90 ແມັດ, ມີເນື້ອທີ່ປຸກສ້າງ 67.132.2 ຕາແມັດ. ໃນນັ້ນ, ຊັ້ນພື້ນໃຕ້ດິນ ມີເນື້ອທີ່ 17.067.05 ຕາແມັດ, ຄາດຄະເນມູນຄ່າການລົງທຶນ 300 ລ້ານໂດລາ ເລີ່ມກໍ່ສ້າງຕົ້ນປີ 2023, ຕາມແຜນການກໍ່ສ້າງໂຄງສ້າງໃຫ້ສຳເລັດໃນຕົ້ນເດືອນພຶດສະພາ 2024 ແລະ ຈະເລີ່ມມີການຕົບແຕ່ງໃນເດືອນພຶດສະພາ ແລະ ຈະໃຫ້ສຳເລັດພ້ອມເປີດໃຫ້ບໍລິການໃນທ້າຍປີ 2025. ພ້ອມນັ້ນ, ໂຄງການທີ່ສຳຄັນໃນປີ 2024 ຄື: ໂຄງການລ້ຽງປາສະຫວາຍ ເພື່ອສົ່ງອອກ ໃນເນື້ອທີ່ 2782,81 ເຮັກຕາ, ໂຄງການກໍ່ສ້າງສະໜາມກັອຟສີທັນດອນ ໃນເນື້ອທີ່ດິນ 300 ເຮັກຕາ, ກຸ່ມໂຮງແຮມ, ຮ້ານອາຫານແຄມແມ່ນໍ້າຂອງ ແລະ ໂຄງການອື່ນໆ. ໃນໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ຍັງໄດ້ລົງຢ້ຽມຢາມຊຸກຍູ້ພື້ນຖານໂຄງການພັດທະນາຂອງບໍລິສັດຮ່ວມພັດທະນາ ສີທັນດອນ ຈຳກັດ ຄື: ໂຄງການກໍ່ສາງບ້ານຈັດສັນ, ໜອງລ້ຽງປາສະຫວາຍ ແລະ ໂຄງການກໍ່ສ້າງໂຮງງານແປຮູບປາສະຫວາຍ, ໂຄງການກໍ່ສ້າງຕຶກຕິບເຂົ້າ, ເຮືອນພັກ ທ່ານ ຄຳໄຕ ສີທັນດອນ ຕື່ມອີກ.

(ຂ່າວ-ພາບ: ໜັງສືພິມປະຊາຊົນ)

Announcing the New Director of SSEZA

ພິທີປະກາດແຕ່ງຕັ້ງຫົວໜ້າ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ ຄົນໃໝ່ | Announcing the New Director of Savannakhet Special Economic Zone Authority

ໃນວັນທີ 26 ມັງກອນ 2024 ທີ່ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດແຕ່ຕັ້ງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ຄົນໃໝ່ ພາຍໃຕ້ການເປັນປະທານຂອງ ທ່ານ ບົວສອນ ມະຫາວົງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ໂດຍມີ ທ່ານ ນາງ ລັດຕະນາ ອິນທະພົນ ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍການຍົກຍ້າຍ ທ່ານ ປອ ທະນົງຊາຍ ສຸກຄໍາທັດ ຮອງຫົວໜ້າສະຖາບັນຄົ້ນ ຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຄະນະຄຸ້ມເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ, ພ້ອມທັງຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງສະຫວັນນະເຂດ ວ່າດ້ວຍການບົ່ງຕົວແຕ່ຕັ້ງ ທ່ານ ປອ ທະນົງຊາຍ ສຸກຄໍາທັດ ເປັນເລຂາໜ່ວຍພັກຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດແຂວງສະຫວັນນະເຂດ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງ ທ່ານ ທະນົງຊາຍ ສຸກຄໍາທັດ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສະຫວັນນະເຂດ.

ທ່ານ ບົວສອນ ມະຫາວົງ ໄດ້ເນັ້ນໜັກຕື່ມວ່າ: ການສັບຊ້ອນ ແລະ ປັບປຸງການຈັດຕັ້ງແມ່ນກົດເກນທີ່ຈະຕ້ອງໄດ້ປະຕິບັດຢູ່ໃນທຸກໆການຈັດຕັ້ງແຕ່ລະຂັ້ນ, ເພື່ອເຮັດໃຫ້ວຽກງານມີການພັດທະນາທີ່ເຂັ້ມ ແຂງ; ຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ ໄດ້ຜ່ານການຄົ້ນຄວ້າພິຈາລະນາຢ່າງລະອຽດຈາກຄະນະພັກຂັ້ນເທິງ ແລະ ເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກໝູ່ຄະນະ, ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ທ່ານຍັງໄດ້ຮຽກ ຮ້ອງ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ,  ສະເໝີຕົ້ນສະເໝີປາຍ, ເອົາໃຈໃສ່ສ້າງຄວາມສາມັກຄີ, ເຮັດວຽກງານໃຫ້ມີການປຶກສາຫາລື, ຢຶດໝັ້ນໃນຫຼັກການ ລວມສູນປະຊາທິປະໄຕເປັນໝູ່ຄະນະ.

ບໍລິສັດເຂົ້າມາລົງທຶນໃນເຂດເສດຖະກິດພິເສດ ປີ 2023

ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງ ແຜນນການ ແລະ ການລົງທຶນໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ ທົ່ວປະເທດມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດ (ຂສພ) ທັງໝົດ 178 ບໍລິສັດ, ກວມເອົາຂະແໜງອຸດສາຫະກໍາ 18 ບໍລິສັດ, ການຄ້າ 30 ບໍລິສັດ, ບໍລິການ 127 ບໍລິສັດ ແລະ ກະສິກໍາ 3 ບໍລິສັດ ໂດຍມີທຶນທັງໝົດ 520 ລ້ານກວ່າໂດລາ ແລະ ທຶນຈົດ ທະບຽນ 178 ລ້ານກວ່າໂດລາ. ນອກຈາກບໍລິສັດທີ່ເຂົ້າມາລົງທຶນແລ້ວ ຍັງມີບັນດາຫ້າງຮ້ານ ແລະ ຫົວໜ່ວຍວິສາຫະກິດຈໍານວນໜຶ່ງທີ່ເຂົ້າມາລົງທຶນພາຍໃນເຂດເສດຖະກິດພິເສດ ທັງໝົດ 2.645 ຫົວໜ່ວຍ; ປີ 2023 ບໍລິສັດລົງທຶນໄດ້ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 174 ຕື້ກວ່າກີບ, ສ້າງວຽກເຮັດງານທໍາ ໄດ້ທັງໝົດ 3.644 ຄົນ (ລາວ 3.572 ຄົນ ແລະ ຕ່າງປະເທດ 72 ຄົນ) ການສ້າງວຽກເຮັດງານທຳໃນໄລຍະນີ້ຫຼຸດລົງ ຍ້ອນອັດຕາເງິນເຟີ້ ຈຶ່ງເຮັດໃຫ້ແຮງງານລາວຫຼັ່ງໄຫຼ ອອກໄປເຮັດວຽກຢູ່ປະເທດເພື່ອບ້ານເປັນຈໍານວນຫຼາຍ; ໄດ້ນໍາເຂົ້າວັດຖຸດິບ, ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອ ມາຮັບໃຊ້ການຜະລິດ ແລະ ກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າທັງໝົດ 1,7 ຕື້ກວ່າໂດລາ. ໃນຂະນະທີ່ການສົ່ງອອກ ສິນຄ້າ ມູນຄ່າທັງໝົດ 302 ລ້ານກວ່າໂດລາ.

ໃນໜຶ່ງປີຜ່ານມາ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດ ເສດຖະກິດພິເສດ ຍັງໄດ້ຄົ້ນຄວ້າ ຮ່າງດໍາລັດວ່າດ້ວຍການຈັດຕັ້ງແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ປັບປຸງ ຂໍ້ຕົກລົງ 60/ ນຍ ຊຶ່ງປັດຈຸບັນ ທັງສອງນິຕິກໍາ ແມ່ນໄດ້ຖືກຮັບຮອງ ແລະ ໄດ້ປະກາດໃຊ້ ໃນຄັ້ງວັນທີ 05 ທັນວາ 2023; ໄດ້ ສ້າງຮ່າງກົດໝາຍວ່າດ້ວຍ ຂສພ ຊຶ່ງສະພາແຫ່ງຊາດ ໄດ້ມີມະຕິໃຫ້ສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ແລະ ສືບຕໍ່ແກ້ໄຂວຽກງານ 6 ກຸ່ມວຽກ ຢູ່ ຂສພ ສາມຫຼ່ຽມຄໍາ ແລະ ຂສພ ບໍ່ ເຕ່ນແດນງາມ; ໄດ້ສືບຕໍ່ເຈລະຈາຂາຍຮຸ້ນ 20% ຂອງລັດຖະບານ ໃນເນື້ອທີ່ 827 ເຮັກຕາ ຂອງເຂດເສດຖະກິດ ພິເສດສາມຫຼ່ຽມຄໍາ ຊຶ່ງໃນໄລຍະຜ່ານມາ ຄະນະວິຊາການລົງເກັບກໍາຂໍ້ມູນ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ການເງິນ ສະບັບກເລກທີ 3092/ກງ ລົງວັນທີ 04 ຕຸລາ 2023 ກໍໄດ້ລາຍງານຜົນຂອງການລົງເຄື່ອນໄຫວວຽກງານຕົວຈິງ ໃນຄັ້ງວັນທີ 24 ພະຈິກ 2023 ທີ່ຜ່ານມາ, ໄດ້ຊຸກຍູ້ ແລະ ຕິດຕາມການຄົ້ນຄວ້າຫົວໜ່ວຍລາຄາຊົດເຊີຍ, ວຽກງານການຊົດເຊີຍ ແລະ ວຽກງານການຄຸ້ມຄອງສິ່ງແວດລ້ອມຢູ່ບັນດາ ເຂດເສດຖະກິດສະເພາະ ໂດຍສະເພາະ ບຶງ ທາດຫຼວງ, ເຂດເສດຖະກິດສະເພາະລ່ອງແທ່ງ; ມະຫານາທີສີທັນດອນ, ອໍາມະຕະ ຈຸດນາເຕີຍ ແຂວງຫຼວງນໍ້າທາ ແລະ ນາໝໍ້ ແຂວງອຸດົມໄຊ; ສໍາເລັດການປະເມີນສັນຍາການພັດທະນາ ບັນດາເຂດເສດຖະກິດພິເສດປະຈໍາປີ 2003; ໄດ້ຄົ້ນຄວ້າຮ່າງແຜນຍຸດທະສາດການພັດທະນາ ຂສພ ແຕ່ປີ 2021-2030.

(ແຫຼ່ງຂ່າວ: ໜັງສືພິມປະຊາຊົນ)

Quick Contact

Location Office