ໃນຕອນບ່າຍຂອງວັນຈັນ 14 ມີນາ 2022 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ), ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ຈາກ ບໍລິສັດ ອໍາມະຕະ ຊີຕີ້ລາວ ຈໍາກັດຜູ້ດຽວ, ຜູ້ພັດທະນາໂຄງການເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ (AMATA SMART & ECO CITY) ຢູ່ເຂດນາເຕີຍ, ແຂວງຫຼວງນໍ້າທາ ໃຫ້ແກ່ ກະຊວງສາທາລະນະສຸກ ແລະ ອົງການກາແດງລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ພູທອນ ເມືອງປາກ, ຫົວໜ້າອົງການກາແດງລາວ, ທ່ານ ສອນປະເສີດ ດາລາວົງ, ຫົວໜ້າ ຫຂສພ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການມອບ-ຮັບ ເຄື່ອງຄັ້ງນີ້ແມ່ນອີງຕາມເຈດຈໍານົງຂອງ ບໍລິສັດ ອໍາມະຕະ ຊີຕີ້ລາວ ຈໍາກັດຜູ້ດຽວ ທີ່ຕ້ອງການປະກອບສ່ວນມອບອຸປະກອນປ້ອງກັນສຳລັບແພດໝໍທີ່ຈຳເປັນຈຳນວນໜຶ່ງ ໃຫ້ລັດຖະບານ ສປປ ລາວ ໂດຍຜ່ານກະຊວງແຜນການ ແລະ ການລົງທຶນ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານໄພຂອງພະຍາດ COVID – 19 ລວມມູນຄ່າປະມານ 300,000,000 ກີບ ລວມທັງໝົດ: 206,700 ອັນ ຊຶ່ງມີລາຍລະອຽດດັ່ງນີ້: ໜ້າກາກອານາໄມ ຈຳນວນ 200.000 PCS; ໜ້າກາກ N95 ຈຳນວນ 5.000 PCS; ຊຸດປ້ອງກັນ (PPE) ຈຳນວນ 1.000 PCS; ຖົງຫໍສົບ ຈໍານວນ 700 PCS. ມາເຖິງປະຈຸບັນ ໄດ້ມີເຄື່ອງຈໍານວນໜຶ່ງ ມາຮອດ ສປປ ລາວ ແລ້ວ ສະນັ້ນ, ບໍລິສັດ ອໍາມະຕະ ຊີຕີ້ລາວ ຈໍາກັດຜູ້ດຽວ ຈຶ່ງໄດ້ສະເໜີມາຍັງ ຫຂສພ ເພື່ອສະເໜີຕໍ່ຂັ້ນເທິງ ແລະ ຂະແໜງການທີ່ກ່ຽວຂ້ອງ ມອບ-ຮັບກ່ອນ ຊຶ່ງປະກອບດ້ວຍ ຖົງຫໍສົບ 700 ອັນ ຈໍານວນ 35 ແກັດ ແລະ ຊຸດພີພີອີ 1.000 ຊຸດ ຈໍານວນ 25 ແກັດ ເປັນມູນຄ່າລວມ 379.850 ບາດ (ປະມານ 140.000.000 ກີບ).
ກ່າວມອບໃນຄັ້ງນີ້ໂດຍ ທ່ານ ວະລົງ ຕັງປະພຶດກຸນ, ກຳມະການຜູ້ຈັດການ ບໍລິສັດ ອຳມະຕະຊີຕີ້ລາວ ຈໍາກັດ ຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ພູທອນ ເມືອງປາກ, ຫົວໜ້າອົງການກາແດງລາວ; ສ່ວນກະຊວງ ສາທາລະນະສຸກ ແມ່ນຕາງໜ້າຮັບໂດຍທ່ານ ອາລີຍາກອນ ແກ້ວມະນີ, ພະນັກງານປະຈໍາຫ້ອງການກະຊວງ.
ໂດຍຊ້ອງໜ້າທ່ານ ນາງ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນປະເສີດ ດາລາວົງ, ຫົວໜ້າ ຫຂສພ ແລະ ພາກສ່ວນທີ່ກ້ຽວຂ້ອງ.
ທ່ານ ຂັນຕີ ໂລກອາພອນ ພ້ອມດ້ວຍຄະນະທີ່ຖືກແຕ່ງຕັ້ງຂັ້ນສູນກາງ ລົງຕິດຕາມ ຊຸກຍູ້ ການເກັບກຳຂໍ້ມູນ, ສຳຫຼວດ ວັດແທກ ແລະ ປັກຫຼັກໝາຍ ໂຄງການເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຢູ່ນາເຕີຍ ແຂວງຫຼວງນ້ຳທາ ລະຫວ່າງວັນທີ 20-22 ເມສາ 2022.
ກອງປະຊຸມປືກສາຫາລືລະຫວ່າງອົງການປົກຄອງແຂວງບໍ່ແກ້ວ ກັບ ຄະນະຄຸ້ມຄອງເຂດ ແລະ ຄະນະບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ
ວັນທີ 21 ເມສາ 2022 ຢູ່ທີເຂດເສດຖະກິດພິເສດສາມຫຼຽມຄໍາໄດ້ຈັດກອງປະຊຸມປືກສາຫາລືດ້ານວຽກງານການຄຸ້ມຄອງເສດຖະກິດພິເສດສາມຫຼຽມຄໍາໂດຍການເປັນປະທານຂອງທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າເເຂວງຜູ້ຊີ້ນໍາວຽກງານເສດຖະກິດ,ທ່ານ ບຸນທອງ ແສງສີກອງຫົວໜ້າຄະນະຄຸ້ມຄອງເຂດພິເສດແຂວງບໍ່ແກ້ງ,ມີບັນພະແນການທີ່ກ່ຽວຂ້ອງແລະສອງກອງບັນຊາການຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ, ກອງປະຊຸມທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດພິເສດແຂວງບໍ່ແກ້ວໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດວຽກງານປະຈໍາໄຕມາດ I ແລະທິດທາງແຜນການປະຈໍາໄຕມາດ II ສົກປີ2022 ,ດ້ານວຽກງານກົງຈັກການຈັດຕັ້ງແລະການຄຸ້ມຄອງພະນັກງານເຂດເສດຖະກິດພິເສດແຂວງບໍ່ແກ້ວແມ່ນການຈັດຕັ້ງລັດໜື່ງທີ່ຂື້ນກັບຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສດຖະກິດພິເສດຂອງກະຊວງແຜນການແລະການລົງທືນ,ແລະການເຄືອນໄຫວຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງແລະນະຄອນຫຼວງປະກອບມີ 4 ຂະແໜງການຄືຂະແໜງບໍລິຫານແລະສັງລວມ,ຂະແໜງສົ່ງເສີມການລົງທືນ,ຂະແໜງທີດີນແລະສີ່ງແວດລ້ອມ,ຂະແໜງແຮງງານ,ໄຕມາດໜືງຂອງປີ 2022 ແມນໄດ້ອອກໃບທະບຽນໃຫ້ແກ້ການລົງທືນມີ 135 ຫົວໜ່ວຍວິສາຫະກິດ,ປະຈຸບັນການລົງສໍາຫຼວດ,ວັດແທກແລະໄກ່ເກຍເນື້ອທີດີນ3,000ເຮັກຕາ,ແມ່ນໄດ້ສໍາເລັດແລະຊົດເຊີຍຈໍານວນ3,113ເຮັກຕາ,ໄດ້ອອກໃບສິດນໍາໃຊ້ທີດີນ 43 ຕອນ,ໃນເນື້ອທີ 2 ແສນ .ກວ່າເຮັກຕາ,ດ້ານວຽກງານແຮງງານແມ່ນຂື້ນທະບຽນແລະຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດ5,548ຄົນຍີງ 1,700ຄົນ,ຂື້ນທະບຽນອອກບັດອະນຸຍາດເຮັດວຽກໃໝ່ 3,744ຄົນຍີງ 1,445ຄົນ,ໃນນັ້ນແມ່ນໄດ້ໄກ້ສິດຕິດແທດແລະມີທິດຊີນໍາການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມຢ່າງເປັນປະຈໍາຂອງຄະນະພັກ ຄະນະຂັ້ນເທີງກໍ່ຄືອໍານາດການປົກຄອງແຂວງແລະຫ້ອງການສົ່ງເສີມການຄຸ້ມຄອງເສດຖະກິດ,ສາມາດເວົ້າໄດ້ວ່າສະພາບການພັດທະນາໄລຍພຜ່ານມາມີຄວາມຄືບໜ້າແລະຂະຫຍາຍຕົວແບບກ້າວກະໂດດເຊັ້ນ,ໂຄງການສະໜາມບີນ,ການກໍ່ສ້າງຕືກອາຄານ,ຄອນໂດມີນຽມ,ໂຮງແຮມລະດັບສາມດາວ,ຫ້າດາວ,ຮ້ານປອດພາສີ,ໂຣງໝໍ,ຄີນີກ,ສວນສັດ,ຮ້ານອາຫານແລະອືນໆຈາກນັ້ນບັນດາພະແນກການທີ່ກ່ຽວຂ້ອງກໍ່ໄດ້ປະກອບຄໍາຄິດເຫັນແລະສະເໜີໃນດ້ານວຽກງານປ້ອງກັນຄວາມສະຫງົບ,ດ້ານວຽກງານງານອາກອນ,ກ້ານວຽກງານພາສີ,ດ້ານວຽກງານແຮງງານເລື່ອນລ້ອຍ,ນີ້ກໍ່ເພືອເຮັດໃຫ້ການປະຕິບັດວຽກງານຂອງແຕ່ລະໜ້າວຽກໃຫ້ມີຄວາມສອດຄອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍ່ຄືໃນເຂດເສດຖະກິດພິເດສສາມຫຼຽມຄໍາໃຫ້ມີຄວາມເປັນລະບຽບ,ຈາກນັ້ນທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງກໍ່ໄດ້ມີຄໍ່ເຫັນຕໍ່ກອງປະຊຸມຄັ້ງນີ້ເພືອເຮັດໃຫ້ກອງປະຊຸມມີຄວາມເປັນເອກະພາບກັນໃນການປະຕິບັດໜ້າທີວຽກງານຂອງແຕ່ລະພາກສ່ວນພ້ອມທັງໃຫ້ຄໍາຄິດເຫັນໃນການຄຸ້ມຄອງເຂດເສດຖະກິດພິເສດໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.