MPI's Minister visited SEZO

 

ໃນຕອນເຊົ້າຂອງວັນທີ 08 ສິງຫາ 2024 ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ), ກະຊວງແຜນການ ແລະ ການລົງທຶນ ໂດຍການຕ້ອນຮັບຂອງທ່ານ ສອນປະເສີດ ດາລາວົງ, ຫົວໜ້າຫ້ອງ ການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ພ້ອມດ້ວຍຄະນະນໍາ ແລະ ສະມາຊິກພະນັກງານຫຼັກແຫຼ່ງປະຈໍາ ຫຂສພ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໃນໂອກາດນີ້ທ່ານ ສອນປະເສີດ ດາລາວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາ ເຂດເສດຖະກິດພິເສດ (ຂສພ) ໃນໄລຍະຜ່ານມາຊຶ່ງ ຫຂສພ ແມ່ນກົງຈັກການຈັດຕັ້ງໜຶ່ງ, ມີພາລະບົດບາດ ເປັນເສນາທິການໃຫ້ກະຊວງແຜນ ການ ແລະ ການລົງທຶນ ໃນການຄຸ້ມຄອງບັນດາເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ. ສ່ວນຢູ່ຂັ້ນທ້ອງຖິ່ນບ່ອນທີ່ມີເຂດເສດຖະກິດພິເສດຕັ້ງຢູ່ ແມ່ນໄດ້ຈັດຕັ້ງເປັນຄະນະຄຸ້ມຄອງເຂດແຂວງ ແລະ ນະຄອນຫຼວງວຽງຈັນ ມີຖາ ນະເທົົ່າພະແນກການຂອງແຂວງ ເປັນຜູ້ບໍລິຫານຄຸ້ມຄອງເຂດເສດຖະກິດພິເສດຕາມສິດ ແລະ ພາລະບົດບາດທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ລົງວັນທີ 7 ມິຖນາ 2018.

ສໍາລັບການພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ ໄດ້ເລີ່ມຕົ້ນນັບແຕ່ປີ 2003 ເປັນຕົ້ນມາ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ຊຶ່ງມາເຖິງປະຈຸບັນທົ່ວປະເທດໄດ້ມີ ຂສພ ທັງໝົດ 21 ເຂດ, ຕັັ້ງຢູ່ໃນ 7 ແຂວງໄດ້ມີເນື້ອທີ່ຕາມສັນຍາພັດທະນາຈໍານວນ 33,088 ເຮັກຕາ ແຕ່ປະຈຸບັນເນື້ອທີ່ພັດທະນາຕົວຈິງມີພຽງແຕ່ 15 ພັນກວ່າເຮັກຕາ, ສ່ວນທີ່ເຫຼືອຍັງຢູ່ໃນຂັ້ນຕອນສືບຕໍ່ການຊົດເຊີຍ. ເຖິງຢ່າງໃດກໍ່ຕາມພື້ນທີ່ດັ່ງກ່າວແມ່ນສາມາດດຶງດູດເອົານັກລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໄດ້ແລ້ວ 1,643 ບໍລິສັດ (ພາຍໃນ 218 ບໍລິສັດ, ຕ່າງປະເທດ 1,350 ບໍລິສັດ, ພາຍໃນຮ່ວມກັບຕ່າງປະເທດ 75 ບໍລິສັດ), ສ່ວນໃຫຍ່ເປັນບໍລິສັດທີ່ມາຈາກ ສປ ຈີນ, ຍີ່ປຸ່ນ, ແດນມາກ, ຝຣັ່ງ, ໄທ ແລະ ອື່ນໆ, ມີທຶນຈົດທະບຽນປະມານ 20 ຕື້ກວ່າໂດລາສະຫະລັດ ແລະ ແຜນການລົງທຶນ 66 ຕື້ກວ່າໂດລາສະຫະລັດ. ນອກຈາກນັ້ນຍັງມີຫົວຫນ່ວຍທຸລະກິດຂະຫນາດຫນ້ອຍ-ກາງ ເຂົ້າມາລົງທຶນໃນຂະແຫນງການຄ້າ, ການບໍລິການເຖິງ 3,000 ກວ່າຫ້າງຮ້ານ; ສາມາດປະຕິບັດພັນທະເຂົ້າງົບປະມານໄດ້ທັງຫມົດ 1,300 ລ້ານກວ່າກີບ; ແລະ ຂສພ ສາມາດຜະລິດເພື່ອສົ່ງອອກແລ້ວເປັນມູນຄ່າຫຼາຍກ່າວ 3.35 ຕື້ກວ່າໂດລາສະຫະລັດ, ຊຶ່ງການສົົ່ງອອກ ສ່ວນໃຫຍ່ເປັນສິ້ນສ່ວນເອເລັກໂຕນິກ, ເລນແວ່ນຕາ, ກ້ອງຖ່າຍຮູບນິຄອນ, ຜະລິດຕະພັນເຄື່ອງນຸ່ງຫົົ່ມ, ວິກຜົມ, ເຄື່ອງຫຼິ້ນເດັກນ້ອຍ ແລະ ອື່ນໆ ໂດຍສະເລ່ຍການສົົ່ງອອກ ປະມານ 400-500 ລ້ານໂດລາຕໍ່ປີ ແລະ ຈະມີແນວໂນ້ມເພີ່ມຂຶື້ນໄປເລື້ອຍໆ; ຊຶ່ງປະຈຸບັນ ຂສພ ສາມາດ ສ້າງວຽກເຮັດງານທໍາໄດ້ທັງຫມົດ 84,540 ຄົນ (ລາວ 38,544 ຄົນ ແລະ ຕ່າງປະເທດ 45,996 ຄົນ) ນອກຈາກນີ້ ຂສພ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມ ໃຫ້ແກ່ປະຊາຊົນເຂດອ້ອມຂ້າງໂຄງການ ໂດຍສະເພາະແມ່ນພື້ນຖານໂຄງລ່າງ ທີ່ຜູ້ພັດທະນາເຂດກໍ່ສ້າງເຊັ່ນ: ເສັ້ນທາງພາຍໃນ ແລະ ເຊື່ອມຕໍ່ເຂົ້າຫາເຂດ, ລະບົບໄຟຟ້າ ແລະ ນໍ້າປະປາ. ນອກຈາກນັ້ນ ຍັງໄດ້ສ້າງອາຊີບທີ່ຕິດພັນກັບການພັດທະນາເຂດ ໂດຍສະເພາະການສະຫນອງ ແລະ ຜະລິດຕະພັນ ສະບຽງອາຫານ ໃຫ້ແກ່ບັນດາໂຮງງານ ທີ່ຕັ້ງຢູ່ພາຍໃນເຂດ ແລະ ການບໍລິການອື່ນໆໃຫ້ແກ່ເຂດ.

ໃນໂອກາດນີ້ທ່ານ ປອ ເພັດ ພົມພິພັກ ກໍ່ໄດ້ມີບາງຄໍາເຫັນເພື່ອເປັນທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດ ຊຶ່ງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກັບການເອົາໃຈໃສ່ຂອງຄະນະພັກ-ຄະນະນໍາຂອງ ຫຂສພ ແລະ ບັນດາ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ທີ່ໄດ້ເປັນກຳລັງແຮງຊ່ວຍຂັ້ນເທິງໃນການສ້າງພື້ນຖານເສດຖະກິດ ຊຶ່ງເຫັນໄດ້ຈາກການປະ ກອບສ່ວນຂອງເຂດເສດຖະກິດພິເສດ ໄລຍະຜ່ານມາທີ່ນໍາໃຊ້ເນື້ອທີ່ຕົວຈິງພຽງ 15 ພັນເຮັກຕາ ຊຶ່ງຖ້າທຽບໃສກັບໂຄງ ການອື່ນແມ່ນຖືວ່າເປັນເນື້ອທີ່ ທີ່ບໍ່ຫຼາຍ, ແຕ່ກໍ່ສາມາດສ້າງເປັນຜົນປະໂຫຍດໃຫ້ແກ່ການພັດທະນານັບມື້ເພີ່ມຂຶ້ນ; ສະນັ້ນ, ເພື່ອຮອງຮັບໃຫ້ແກ່ການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ ແມ່ນພວກເຮົາຈໍາເປັນຕ້ອງໄດ້ສືບຕໍ່ປັບປຸງຕື່ມບາງຈຸດເປັນຕົ້ນແມ່ນດ້ານບຸກຄະລາກອນ, ກົງຈັກການຈັດຕັ້ງ, ການກວດກາປະເມີນຄືນບັນດາສັນຍາຂອງແຕ່ລະເຂດເພື່ອເຮັດແນວໃດໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ການພັດທະນາ, ກໍ່ຄືການສ້າງ ຂສພ ໃຫ້ກາຍເປັນຖານເກັບລາຍຮັບທີ່ໝັ້ນຄົງໃຫ້ແກ່ລັດຖະບານ ກໍ່ຄືສ້າງວຽກເຮັດງານທໍາ-ການຖ່າຍທອດເຕັກນິກວິຊາການມາສູງ ສປປ ລາວ ໃຫ້ນັບມື້ຫຼາກຫຼາຍ ແລະ ມີຄຸນນະພາບ ລວມເຖິງການສ້າງໂຄງການມີສ່ວນຮ່ວມລະຫວ່າງເຂດເສດຖະກິດພິເສດ ແລະ ຊຸມຊົມອ້ອມຂ້າງ. ພ້ອມກັນນີ້ກໍ່ຈະຕ້ອງໄດ້ເອົາໃຈໃສ່ຕໍ່ກັບການແກ້ໄຂບັນຫາການຊົດເຊີຍທີ່ດິນ, ບົດປະເມີນສິ່ງ ແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ອື່ນໆ.​

Quick Contact

Location Office