Featured

The OSS office in Boten SEZ had been training

ຍົກລະດັບຄວາມສາມາດດ້ານລະບຽບແຫຼ່ງກໍາເນີດສິນຄ້າ ທີ່ເຂດເສດຖະກິດພິເສດແຂວງຫຼວງນໍ້າທາ (The OSS office in Boten SEZ had been training to approve a Certificate of Origin (OC) in the zone).

ໃນລະຫວ່າງວັນທີ 20 - 24 ພຶດສະພາ 2024 ທີ່ຫ້ອງປະຊຸມຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ. ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ), ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກົມການຄ້າຕ່າງປະເທດ (ກຄຕ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມ ກ່ຽວກັບລະບຽບແຫຼ່ງກໍາເນີດສິນຄ້າ ໃຫ້ພະນັກງານປະຈໍາຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ, ຜູ້ພັດທະນາ ແລະ ຜູ້ປະກອບການໃນເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ຈຳນວນ 27 ທ່ານ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າ ກຄຕ, ທ່ານ ນາງ ລັດຕະນາ ອິນທະພົນ, ຮອງຫົວໜ້າ ຫຂສພ ແລະ ທ່ານ ສີພອນ ດວງຈຳປາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ
ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການມອບສິດໃຫ້ຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ ທັງເປັນຫ້ອງການເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍໄດ້ແນະນຳໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າແບບທົ່ວໄປ (GSP) ແລະ ພາຍໃຕ້ຂອບສັນຍາການຄ້າເສລີຕ່າງໆ (FTAs) ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດປະຕິບັດໃຫ້ສອດຄ່ອງກັບລະບຽບການພາຍໃນຂອງ ສປປ ລາວ ແລະ ຂອງຕ່າງປະເທດທີ່ກ່ຽວຂ້ອງ.
ການກະກຽມມອບສິດດັ່ງກ່າວ ແມ່ນເປັນການປະຕິບັດຕາມນະໂຍບາຍທີ່ກ່ຽວຂ້ອງຂອງລັດຖະບານ ໂດຍສະ ເພາະແມ່ນນະໂຍບາຍການອຳນວຍຄວາມສະດວກທາງດ້ານການຄ້າ ຊຶ່ງມາຮອດປະຈຸບັນກະຊວງ ອຄ ໄດ້ມີການມອບສິດໃຫ້ພາກສ່ວນຕ່າງໆຂອງຂັ້ນທ້ອງຖິ່ນ ເປັນຜູ້ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າແລ້ວຈຳນວນ 40 ຫ້ອງການ ໃນຂອບເຂດທົ່ວປະເທດ ໂດຍປະກອບມີ: ພາກສ່ວນພະແນກອຸດສາຫະກຳ ແລະ ການຄ້າແຂວງ (18 ຫ້ອງການ), ພາກສ່ວນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ-ແຂວງ (18 ຫ້ອງການ) ແລະ ພາກສ່ວນເຂດເສດຖະກິດພິເສດ (4 ຫ້ອງການ), ຊຶ່ງຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ ຈະເປັນຫ້ອງການທີ 41 ທີ່ໄດ້ຮັບການມອບສິດດັ່ງກ່າວ.
ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນເອກະສານທີ່ນຳໃຊ້ເພື່ອຂໍຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າຈາກບັນດາປະເທດທີ່ໄດ້ໃຫ້ສິດທິພິເສດທາງດ້ານການຄ້າ ແກ່ ສປປ ລາວ ຊຶ່ງມາຮອດປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າ ຈາກ 55 ປະເທດ. ໃນນັ້ນ, ໄດ້ຮັບໃນຂອບຝ່າຍດຽວ ຫຼື GSP ຈຳນວນ 46 ປະເທດ ແລະ ໃນຂອບທີ່ຕ່າງຝ່າຍຕ່າງໃຫ້ກັນ ຫຼື FTAs ຈຳນວນ 15 ປະເທດ (ມີບາງປະເທດໄດ້ໃຫ້ແບບຝ່າຍດຽວ). 15 ປະເທດ ທີ່ໄດ້ຮັບແບບຕ່າງຝ່າຍຕ່າງໃຫ້ກັນ ພາຍໃຕ້ 10 ສະບັບສັນຍາການຄ້າເສລີ (FTAs) ປະກອບມີ: ປະເທດສະມາຊິກອາຊຽນ 09 ປະເທດ, ສປ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເຂດປົກຄອງພິເສດຮົງກົງ, ສປ ຈີນ.

(ແຫຼ່ງຂ່າວ. laotradeportal.gov.la)

Quick Contact

Location Office