Featured

ຫຂສພ ລົງເຄື່ອນໄຫວປະເມີນການຈັດຕັ້ງປະຕິບັດສັນຍາ ຂສພ

ໃນລະຫວ່າງວັນທີ 21-22 ພະຈິກ 2024 ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ແຂວງຈຳປາສັກ ເພື່ອຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງການເຂດເສດຖະກິດພິເສດທີ່ລັດຖະບານໄດ້ອະນຸມັດໄລຍະຜ່ານມາ ໂດຍສະເພາະແມ່ນ ຂສພ ວັງເຕົ່ນ-ໂພນທອງ ແລະ ເຂດເສດຖະກິດໃໝ່ ມະຫານະທີສີທັນດອນ. ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້ ຄະນະນໍາ ຫຂສພ ຍັງໄດ້ເຂົ້າພົບ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ເພື່ອເຂົ້າລາຍງານ ແລະ ແຈ້ງຈຸດປະສົງຂອງການລົງເຮັດວຽກປະເມີນຜົນການຈັດຕັ້ງປະຕິບັດສັນຍາເຂດເສດຖະກິດພິເສດ ແຂວງຈຳປາສັກ ໃນຄັ້ງນີ້.

ການພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ ມາເຖິງປະຈຸບັນ ແມ່ນເຫັນວ່ານັບມື້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ມີບົດບາດສໍາຄັນໃນການປະກອບ ສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍສະເພາະແມ່ນ ການດຶງດູດການລົງທຶນຈາກ ພາຍໃນ ແລະ ຕ່າງປະເທດເຂົ້າມາໃນເຂດຢ່າງມີຈຸດສຸມ, ການສ້າງລະບົບພື້ນຖານໂຄງລ່າງຮອງຮັບການລົງທຶນ, ການສ້າງວຽກເຮັດງານທໍາຫລາຍລະດັບ, ການສ້າງແຫລ່ງລາຍຮັບຕ່າງໆ ແລະ ຜົນປະ ໂຫຍດອື່ນໆ. ເພື່ອເຮັດໃຫ້ການພັດທະນາບັນດາເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ຢູ່ ແຂວງຈໍາປາສັກ ໄດ້ຮັບການພັດທະນາໄປຕາມທິດທາງ ແລະ ແຜນແມ່ບົດພັດທະນາແຕ່ລະເຂດ, ວຽກງານຕິດຕາມ ແລະ ປະເມີນຜົນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດສັນຍາພັດທະນາແຕ່ລະເຂດ ກໍມີຄວາມສໍາຄັນທີ່ຕ້ອງໄດ້ດໍາເນີນເປັນແຕ່ລະໄລຍະ ຢ່າງເປັນປົກກະຕິ. ໃນໄລຍະຜ່ານມາ ກໍໄດ້ມີການປະເມີນບັນດາ ຂສພ ໃນຂອບເຂດທົ່ວປະເທດຢ່າງເປັນປົກກະຕິ ຊຶ່ງເຫັນໄດ້ວ່າ ໂດຍລວມແລ້ວ ມີຫລາຍເຂດໄດ້ມີຄວາມຄືບໜ້າໃນການພັດທະນາ ສອດຄ່ອງຕາມສັນຍາ ກໍຄືແຜນພັດທະນາເຂດ ແຕ່ລະໄລຍະ.

ສໍາລັບຢູ່ແຂວງຈໍາປາສັກມາຮອດປັດຈຸບັນ ໄດ້ສ້າງຕັ້ງເຂດເສດຖະກິດພິເສດຂຶ້ນແລ້ວ 4 ເຂດ ຄື: 1/. ເຂດຈໍາປາສັກລາວບໍລິການ, 2/. ເຂດປາກເຊ-ຍີ່ປຸ່ນ, 3/. ເຂດພັດທະນາເສດຖະກິດ ວັງເຕົ່າ-ໂພນທອງ ແລະ 4/. ເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ. ຊຶ່ງການລົງມາເຄື່ອນໄຫວໃນຄັ້ງນີ້ ແມ່ນການປະເມີນການຈັດຕັ້ງປະຕິບັດສັນຍາ 02 ເຂດຄື: ເຂດພັດທະນາເສດຖະກິດ ວັງເຕົ່າ-ໂພນທອງ ແລະ ເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ ແຂວງຈຳປາສັກ ສຳເລັດຕາມແຜນ ເພື່ອກະກຽມລາຍງານຜົນການປະເມີນໄປຍັງລັດຖະບານ ແລະ ກົມການເມືອງ ເພື່ອມີທິດຊີ້ນຳໃນແຕ່ລະໄລຍະ.

  • ເຂດເສດຖະກິດພິເສດ ວັງເຕົ່າ-ໂພນທອງ ເປັນເຂດໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016 ໂດຍອີງຕາມສັນຍາທີ່ໄດ້ເຊັນກັບບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈຳກັດ, ມີເນື້ອທີ່ 253 ເຮັກຕາ, ອາຍຸສໍາປະທານ 99 ປີ, ເປົ້າໝາຍ ຂອງການພັດທະນາ ແມ່ນໃຫ້ກາຍເປັນເຂດເສດຖະກິດທີ່ມີສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ເປັນຕົ້ນສູນການຄ້າ, ຮ້ານຄ້າປອດພາສີ, ຕະຫຼາດຊາຍແດນ, ການທ່ອງທ່ຽວ, ໂຮງແຮມ ແລະ ບ້ານຈັດສັນ, ສາງພັກສິນຄ້າ, ທະນາຄານສະຖາບັນການເງິນ, ໂຮງງານການຜະລິດເພື່ອສົ່ງອອກ, ແນ່ໃສ່ສ້າງເປັນເຂດທີ່ທັນສະໄໝ. ຊຶ່ງມາຮອດປັດຈຸບັນແມ່ນສໍາເລັດການກໍ່ສ້າງພຶ້ນຖານໂຄງລ່າງ ແລະ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ ຈໍານວນ 07 ບໍລິສັດ, ໄດ້ສ້າງວຽກເຮັດງານທໍາໄດ້ 275 ຄົນ, ມີທຶນທັງໝົດ 284.200.000 ໂດລາສາຫະລັດ, ທຶນຈົດທະບຽນ 87.550.000 ໂດລາສາຫະລັດ ແລະ ມອບພັນທະອາກອນຕ່າງໆໄດ້ 10 ຕື້ກວ່າກີບ ແລະ ມອບພັນທະຄ່າເຊົ່າສໍາປະທານທີ່ດິນໃຫ້ແກ່ລັດໄດ້ 202.400 ໂດລາສາຫະລັດ.
  • ເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນເຂດໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018 ໂດຍອີງຕາມສັນຍາທີ່ໄດ້ເຊັນກັບບໍລິສັດ ລາວມະຫານະທີ ສີທັນດອນ (ຮົງກົງ) ການລົງທຶນ ຈໍາກັດ ຈາກ ສປ ຈີນ ຖືຮຸ້ນ 80 ເປີເຊັນ ຈາກ ສປ ຈີນ ແລະ ບໍລິສັດ LTV ກໍ່ສ້າງຂົວ-ທາງເຄຫາສະຖານ ແລະ ຊົນລະປະທານ ຈຳກັດ ເອກະຊົນພາຍໃນ ຖືຮຸ້ນ 20 ເປີເຊັນ ໂດຍສ້າງຕັ້ງເປັນບໍລິສັດ ຮ່ວມທຶນລາວມະຫານະທີສີທັນດອນ ຈໍາກັດ, ມີເນື້ອທີ 9.846 ເຮັກຕາ, ອາຍຸສໍາປະທານ 50 ປີ. ຊຶ່ງປະຈຸບັນແມ່ນໄດ້ສໍາເລັດການຊົດເຊີຍທີ່ດິນປະມານ 596,56 ເຮັກຕາ ມູຄ່າການຊົດເຊີຍ 72 ຕື້ກວ່າກີບ, ພ້ອມທັງສໍາເລັດການກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ, ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 25 ບໍລິສັດ, ສາມາດສ້າງວຽກເຮັດງານທໍາໄດ້ 203 ຄົນ, ມີທຶນທັງໝົດ 1.595.600.000 ໂດລາສາຫະລັດ, ທຶນຈົດທະບຽນ 485.530.000 ໂດລາສາຫະລັດ ແລະ ໄດ້ມອບພັນທະເຂົ້າງົບປະມານຂອງລັດໄດ້ 735 ກວ່າລ້ານກີບ.

ພາຍຫຼັງສໍາເລັດການປະເມີນດັ່ງກ່າວແລ້ວ ຫຂສພ ຍັງຈະໄດ້ສືບຕໍ່ຕິດຕາມ ແລະ ປະເມິນຄືນບັນດາເຂດອື່ນໆໃນຂອບເຂດທົ່ວປະເທດ ເພື່ອເປັນບ່ອນອີງໃຫ້ແກ່ການລາຍງານຂໍທິດຊີ້ນໍາຈາກຂັ້ນເທິງເປັນແຕ່ລະໄລຍະ.

(ແຫຼ່ງຂ່າວ: ໜັງສືພິມປະຊາຊົນ)

Quick Contact

Location Office