Consultation meeting between Bokeo Provincial


ກອງປະຊຸມປືກສາຫາລືລະຫວ່າງອົງການປົກຄອງແຂວງບໍ່ແກ້ວ ກັບ ຄະນະຄຸ້ມຄອງເຂດ ແລະ ຄະນະບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

ວັນທີ 21 ເມສາ 2022 ຢູ່ທີເຂດເສດຖະກິດພິເສດສາມຫຼຽມຄໍາໄດ້ຈັດກອງປະຊຸມປືກສາຫາລືດ້ານວຽກງານການຄຸ້ມຄອງເສດຖະກິດພິເສດສາມຫຼຽມຄໍາໂດຍການເປັນປະທານຂອງທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າເເຂວງຜູ້ຊີ້ນໍາວຽກງານເສດຖະກິດ,ທ່ານ ບຸນທອງ ແສງສີກອງຫົວໜ້າຄະນະຄຸ້ມຄອງເຂດພິເສດແຂວງບໍ່ແກ້ງ,ມີບັນພະແນການທີ່ກ່ຽວຂ້ອງແລະສອງກອງບັນຊາການຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ, ກອງປະຊຸມທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດພິເສດແຂວງບໍ່ແກ້ວໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດວຽກງານປະຈໍາໄຕມາດ I ແລະທິດທາງແຜນການປະຈໍາໄຕມາດ II ສົກປີ2022 ,ດ້ານວຽກງານກົງຈັກການຈັດຕັ້ງແລະການຄຸ້ມຄອງພະນັກງານເຂດເສດຖະກິດພິເສດແຂວງບໍ່ແກ້ວແມ່ນການຈັດຕັ້ງລັດໜື່ງທີ່ຂື້ນກັບຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສດຖະກິດພິເສດຂອງກະຊວງແຜນການແລະການລົງທືນ,ແລະການເຄືອນໄຫວຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງແລະນະຄອນຫຼວງປະກອບມີ 4 ຂະແໜງການຄືຂະແໜງບໍລິຫານແລະສັງລວມ,ຂະແໜງສົ່ງເສີມການລົງທືນ,ຂະແໜງທີດີນແລະສີ່ງແວດລ້ອມ,ຂະແໜງແຮງງານ,ໄຕມາດໜືງຂອງປີ 2022 ແມນໄດ້ອອກໃບທະບຽນໃຫ້ແກ້ການລົງທືນມີ 135 ຫົວໜ່ວຍວິສາຫະກິດ,ປະຈຸບັນການລົງສໍາຫຼວດ,ວັດແທກແລະໄກ່ເກຍເນື້ອທີດີນ3,000ເຮັກຕາ,ແມ່ນໄດ້ສໍາເລັດແລະຊົດເຊີຍຈໍານວນ3,113ເຮັກຕາ,ໄດ້ອອກໃບສິດນໍາໃຊ້ທີດີນ 43 ຕອນ,ໃນເນື້ອທີ 2 ແສນ .ກວ່າເຮັກຕາ,ດ້ານວຽກງານແຮງງານແມ່ນຂື້ນທະບຽນແລະຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດ5,548ຄົນຍີງ 1,700ຄົນ,ຂື້ນທະບຽນອອກບັດອະນຸຍາດເຮັດວຽກໃໝ່ 3,744ຄົນຍີງ 1,445ຄົນ,ໃນນັ້ນແມ່ນໄດ້ໄກ້ສິດຕິດແທດແລະມີທິດຊີນໍາການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມຢ່າງເປັນປະຈໍາຂອງຄະນະພັກ ຄະນະຂັ້ນເທີງກໍ່ຄືອໍານາດການປົກຄອງແຂວງແລະຫ້ອງການສົ່ງເສີມການຄຸ້ມຄອງເສດຖະກິດ,ສາມາດເວົ້າໄດ້ວ່າສະພາບການພັດທະນາໄລຍພຜ່ານມາມີຄວາມຄືບໜ້າແລະຂະຫຍາຍຕົວແບບກ້າວກະໂດດເຊັ້ນ,ໂຄງການສະໜາມບີນ,ການກໍ່ສ້າງຕືກອາຄານ,ຄອນໂດມີນຽມ,ໂຮງແຮມລະດັບສາມດາວ,ຫ້າດາວ,ຮ້ານປອດພາສີ,ໂຣງໝໍ,ຄີນີກ,ສວນສັດ,ຮ້ານອາຫານແລະອືນໆຈາກນັ້ນບັນດາພະແນກການທີ່ກ່ຽວຂ້ອງກໍ່ໄດ້ປະກອບຄໍາຄິດເຫັນແລະສະເໜີໃນດ້ານວຽກງານປ້ອງກັນຄວາມສະຫງົບ,ດ້ານວຽກງານງານອາກອນ,ກ້ານວຽກງານພາສີ,ດ້ານວຽກງານແຮງງານເລື່ອນລ້ອຍ,ນີ້ກໍ່ເພືອເຮັດໃຫ້ການປະຕິບັດວຽກງານຂອງແຕ່ລະໜ້າວຽກໃຫ້ມີຄວາມສອດຄອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍ່ຄືໃນເຂດເສດຖະກິດພິເດສສາມຫຼຽມຄໍາໃຫ້ມີຄວາມເປັນລະບຽບ,ຈາກນັ້ນທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງກໍ່ໄດ້ມີຄໍ່ເຫັນຕໍ່ກອງປະຊຸມຄັ້ງນີ້ເພືອເຮັດໃຫ້ກອງປະຊຸມມີຄວາມເປັນເອກະພາບກັນໃນການປະຕິບັດໜ້າທີວຽກງານຂອງແຕ່ລະພາກສ່ວນພ້ອມທັງໃຫ້ຄໍາຄິດເຫັນໃນການຄຸ້ມຄອງເຂດເສດຖະກິດພິເສດໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

Quick Contact

Location Office