Ceremony of handing over and receiving medical aids

ໃນຕອນບ່າຍຂອງວັນຈັນ 14 ມີນາ 2022 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ), ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ຈາກ ບໍລິສັດ ອໍາມະຕະ ຊີຕີ້ລາວ ຈໍາກັດຜູ້ດຽວ, ຜູ້ພັດທະນາໂຄງການເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ (AMATA SMART & ECO CITY) ຢູ່ເຂດນາເຕີຍ, ແຂວງຫຼວງນໍ້າທາ ໃຫ້ແກ່ ກະຊວງສາທາລະນະສຸກ ແລະ ອົງການກາແດງລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ພູທອນ ເມືອງປາກ, ຫົວໜ້າອົງການກາແດງລາວ, ທ່ານ ສອນປະເສີດ ດາລາວົງ, ຫົວໜ້າ ຫຂສພ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການມອບ-ຮັບ ເຄື່ອງຄັ້ງນີ້ແມ່ນອີງຕາມເຈດຈໍານົງຂອງ ບໍລິສັດ ອໍາມະຕະ ຊີຕີ້ລາວ ຈໍາກັດຜູ້ດຽວ ທີ່ຕ້ອງການປະກອບສ່ວນມອບອຸປະກອນປ້ອງກັນສຳລັບແພດໝໍທີ່ຈຳເປັນຈຳນວນໜຶ່ງ ໃຫ້ລັດຖະບານ ສປປ ລາວ ໂດຍຜ່ານກະຊວງແຜນການ ແລະ ການລົງທຶນ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານໄພຂອງພະຍາດ COVID – 19 ລວມມູນຄ່າປະມານ 300,000,000 ກີບ ລວມທັງໝົດ: 206,700 ອັນ ຊຶ່ງມີລາຍລະອຽດດັ່ງນີ້: ໜ້າກາກອານາໄມ ຈຳນວນ 200.000 PCS; ໜ້າກາກ N95 ຈຳນວນ 5.000 PCS; ຊຸດປ້ອງກັນ (PPE) ຈຳນວນ 1.000 PCS; ຖົງຫໍສົບ ຈໍານວນ 700 PCS. ມາເຖິງປະຈຸບັນ ໄດ້ມີເຄື່ອງຈໍານວນໜຶ່ງ ມາຮອດ ສປປ ລາວ ແລ້ວ ສະນັ້ນ, ບໍລິສັດ ອໍາມະຕະ ຊີຕີ້ລາວ ຈໍາກັດຜູ້ດຽວ ຈຶ່ງໄດ້ສະເໜີມາຍັງ ຫຂສພ ເພື່ອສະເໜີຕໍ່ຂັ້ນເທິງ ແລະ ຂະແໜງການທີ່ກ່ຽວຂ້ອງ ມອບ-ຮັບກ່ອນ ຊຶ່ງປະກອບດ້ວຍ ຖົງຫໍສົບ 700 ອັນ ຈໍານວນ 35 ແກັດ ແລະ ຊຸດພີພີອີ 1.000 ຊຸດ ຈໍານວນ 25 ແກັດ ເປັນມູນຄ່າລວມ 379.850 ບາດ (ປະມານ 140.000.000 ກີບ).
ກ່າວມອບໃນຄັ້ງນີ້ໂດຍ ທ່ານ ວະລົງ ຕັງປະພຶດກຸນ, ກຳມະການຜູ້ຈັດການ ບໍລິສັດ ອຳມະຕະຊີຕີ້ລາວ ຈໍາກັດ ຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ພູທອນ ເມືອງປາກ, ຫົວໜ້າອົງການກາແດງລາວ; ສ່ວນກະຊວງ ສາທາລະນະສຸກ ແມ່ນຕາງໜ້າຮັບໂດຍທ່ານ ອາລີຍາກອນ ແກ້ວມະນີ, ພະນັກງານປະຈໍາຫ້ອງການກະຊວງ.
ໂດຍຊ້ອງໜ້າທ່ານ ນາງ ນາງ ຄໍາຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນປະເສີດ ດາລາວົງ, ຫົວໜ້າ ຫຂສພ ແລະ ພາກສ່ວນທີ່ກ້ຽວຂ້ອງ.

Quick Contact

Location Office