ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ
ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຂຽນເປັນຕົວອັກສອນຫຍໍ້ວ່າ "ຫຂສພ ຫລື ຂຽນເປັນ ພາສາອັງກິດວ່າ: Special Economic Zone Promotion and Management Office ຂຽນຫຍໍ້ ວ່າ "SEZO)" ແມ່ນຫນຶ່ງໃນໂຄງປະກອບກົງຈັກການຈັດ ຕັ້ງຂອງກະຊວງແຜນການ ແລະ ການລົງທຶນ ທີ່ມີຖານະ ເທົ່າກົມ, ມີພາລະບົດບາດເປັນເສນາທິ ການໃຫ້ແກ່ກະຊວງແຜນການ ແລະ ການລົງທຶນ, ພົວພັນກັບທຸກ ພາກສ່ວນທັງພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດພັດ ທະນາອື່ນ ທີ່ໄດ້ຮັບນະໂຍບາຍຂອງເຂດເສດຖະກິດພິເສດ.
ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ປະກອບມີ 7 ພະແນກ ຄື:
1. ພະແນກຄົ້ນຄວ້າສັງລວມ;
2. ພະແນກສົ່ງເສີມການລົງທຶນ;
3. ພະແນກແຜນການ;
4. ພະແນກຄົ້ນຄວ້າ ແລະ ຄຸ້ມຄອງສັນຍາ;
5. ພະແນກສິ່ງແວດລ້ອມ;
6. ພະແນກແຮງງານ;
7. ພະແນກຕິດຕາມ ແລະ ປະເມີນຜົນ.
