ກະຊວງແຜນການ ແລະ ການລົງທຶນ
ກະຊວງ ແຜນການ ແລະ ການລົງທຶນ ໃນຖານະເປັນເສນາທີການໃຫ້ແກ່ພັກ ແລະ ລັດຖະບານ ໃນວຽກ ງານການຄຸ້ມຄອງມະຫາພາກກ່ຽວກັບການວາງແຜນ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ໄດ້ສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດຂອງ ຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະໄດ້ເປັນໃຈກາງ ໃນການຊຸກຍູ້ການປັບປຸງ ຂອດຂັ້ນໃນການດໍາເນີນທຸລະກິດ-ການລົງທຶນ ເພື່ອດຶງດູດການລົງທຶນທີ່ມີຄຸນນະ ພາບ, ຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິຜົນສູງຂຶ້ນ, ຂົນຂວາຍ ແລະ ຄຸ້ມຄອງການ ນໍາໃຊ້ທຶນຊ່ວຍ ເຫຼືອທາງການເພື່ອການພັດທະນາທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ, ຄົ້ນຄວ້າ ແລະ ສະເໜີແນະມາດ ຕະການຕ່າງໆທາງດ້ານເສດຖະກິດ ແລະ ການພັດທະນາ ໂດຍສະເພາະ ນະໂຍບາຍ ແລະ ມາດຕະການເພື່ອ ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ຂອງການລະບາດພະຍາດ COVID-19 ແລະ ຜະລິດສະຖິຕິທາງ ການຮັບໃຊ້ໃຫ້ການ ສັງຄົມຢ່າງເປັນລະບົບ.
ການສ້າງເວບໄຊທາງການຂອງກະຊວງ ເປັນບາດລ້ຽວໜຶ່ງທີ່ສໍາຄັນໃນການໂຄສະນາເຜີຍແຜ່ວຽກງານຂອງ ຂະແໜງແຜນການ ແລະການລົງທຶນ ຂອງພວກເຮົາ ເພື່ອໃຫ້ສັງຄົມທົ່ວໄປ, ນັກຮຽນ-ນັກສຶກສາ, ນັກລົງທຶນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນໆ ໄດ້ຮັບຊາບຂໍ້ມູນຂ່າວສານ ຢ່າງເປັນລະບົບ ແລະ ມີຄວາມສະດວກ. ຫວັງຢ່າງຍິ່ງວ່າ ຂໍ້ມູນຕ່າງໆເຫຼົ່ານີ້ຈະເປັນປະໂຫຍດໃຫ້ແກ່ຜູ້ນໍາໃຊ້.
ໂຄງຮ່າງການຈັດຕັ້ງກະຊວງ ແຜນການ ແລະ ການລົງທືນ ປະກອບດ້ວຍຫ້ອງການ, ກົມ ແລະ ສູນ ທັງໝົດ 12 ພາກສ່ວນຄື:
1. ຫ້ອງການ;
2. ກົມຈັດຕັ້ງ ແລະພະນັກງານ;
3. ກົມກວດກາ;
4. ກົມນິຕິກຳ;
5. ກົມແຜນການ;
6. ກົມປະເມີນຜົນ;
7. ກົມສົ່ງເສີມການລົງທຶນ;
8. ກົມຮ່ວມມືສາກົນ;
9. ຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ;
10. ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ;
11. ຫ້ອງການຄະນະກຳມາການຮ່ວມມືລາວ-ຈີນ;
12. ສູນຄົ້ນຄວ້ານະໂຍບາຍການພັດທະນາ;
1. ຫ້ອງການ;
2. ກົມຈັດຕັ້ງ ແລະພະນັກງານ;
3. ກົມກວດກາ;
4. ກົມນິຕິກຳ;
5. ກົມແຜນການ;
6. ກົມປະເມີນຜົນ;
7. ກົມສົ່ງເສີມການລົງທຶນ;
8. ກົມຮ່ວມມືສາກົນ;
9. ຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ;
10. ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ;
11. ຫ້ອງການຄະນະກຳມາການຮ່ວມມືລາວ-ຈີນ;
12. ສູນຄົ້ນຄວ້ານະໂຍບາຍການພັດທະນາ;
ນອກນັ້ນຍັງມີ ສູນສະຖິຕິແຫ່ງຊາດ ຊຶ່ງມີຖານະທຽບເທົ່າທະບວງ ເຊິ່ງມີ 1 ຫ້ອງການ ແລະ 3 ກົມຂຶ້ນກັບ ແລະມີບັນດາກົງຈັກຊ່ວຍວຽກອີກຈໍານວນໜຶ່ງ ຊຶ່ງມີດຳລັດກຳນົດໄວ້ສະເພາະ. ກົງຈັກການຈັດຕັ້ງທ້ອງຖິ່ນຢູ່ພາຍໃຕ້ການຊີ້ນຳດ້ານວິຊາການ ຂອງກະຊວງແຜນການ ແລະການລົງທຶນຢູ່ໃນຂັ້ນແຂວງ ມີພະແນກແຜນການ ແລະການລົງທຶນແຂວງ ແລະນະຄອນຫຼວງວຽງຈັນ, ສູນສະຖິຕິປະຈຳແຂວງ ແລະ ນະຄອນຫຼວງ ວຽງຈັນ, ແລະຄະນະຄຸ້ມຄອງເຂດເສດຖະກິດພິເສດ (ສະເພາະແຂວງທີມີເຂດເສດຖະກິດພິເສດ). ຢູ່ໃນຂັ້ນເມືອງ ມີຫ້ອງການແຜນການ ແລະການລົງທຶນ ເມືອງ, ເທດສະບານ ແລະນະຄອນ, ແລະ ສູນສະຖິຕິປະຈຳເມືອງ, ເທດສະບານ ແລະ ນະຄອນຫຼວງ. . <<ອ່ານເພີ່ມ>>